ການເຄື່ອນໄຫວວຽກງານຂອງສະຖາບັນ
ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມວາງສະແດງຜະລິດຕະພັນ ແລະ ຜົນງານ ໃນງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
ໃນວັນທີ 01/06/2022 ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນ ແລະ ຜົນງານ ໃນງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022 ພາຍໃຕ້ຫົວຂໍ້ “ເດັກ, ເຍົາວະຊົນເປັນຄົນດີ, ຄົນສະຫຼາດປະເທດຊາດສີວິໄລ” ທີ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ, ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເຊີ່ງໄດ້ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ມີ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນ. ພ້ອມດ້ວຍຄະນະສະຖາບັນ, ຫົວໜ້າສູນ ແລະ ພະນັກງານວິຊາການເຂົ້າຮ່ວມກັນຢ່າງພ້ອມພຽງ.




ໂຄງການນ້ອງຢາກເປັນນັກວິທະຍາດ “ເສີມສ້າງຄວາມຮູ້ໃຫ້ຊາວໜຸ່ມ-ເຍົາວະຊົນ ຢູ່ ມສ ປາກຊັນ”
ເພື່ອເປັນການສ້າງຄວາມເຂົ້າໃຈໃຫ້ແກ່ນ້ອງນັກສືກທີ່ກຳລັງຈະລົງຝຶກງານ ແລະ ຂຽນບົດຈົບຊັ້ນ, ອາຈານພາກວິຂາຟີຊິກສາດ ຄະນະວະທະຍາສາດທຳມະຊາດ ໄດ້ນຳພານັກສືກສາປີ 03 ສາຂາວັດສະດຸ ພາກວິຂາຟີຊິກສາດ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມາທັດສະນະກັບສະຖານທີ່ຕົວຈີງ ໃນວັນທີ 6 ສິງຫາ 2020 ຢູ່ທີ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ເພື່ອຮຽນຮູ້ກ່ຽວກັບເຄື່ອງມືໃນຫ້ອງທົດລອງ ແລະ ການນຳໃຊ້ຕົວຈິງ ຈຳນວນ14 ທ່ານ ແລະ ອາຈານນຳພາ 01 ທ່ານ.
ສພວ ສໍາເລັດການຕິດຕັ້ງ ແລະ ນໍາໃຊ້ພະລັງ ງານ ໄຟຟ້າແສງຕາເວັນ ຊ່ວຍຫຼຸດຜ່ອນການຈ່າຍຄ່າກະແສໄຟຟ້າ
ວຽກງານການຄົ້ນຄວ້າ ແລະ ພັດທະນາພະລັງງານທົດແທນ ແມ່ນວຽກງານໜຶ່ງທີ່ສຳຄັນໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເວົ້າລວມ, ເວົ້າສະເພາະກໍຄືການນຳໃຊ້ພະລັງງານແສງຕາເວັນເພື່ອຊົມໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມ.
ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວນັ້ນ ຄະນະນຳຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ມີຄວາມພະຍາຍາມ, ເອົາໃຈໃສ່ ຊີ້ນຳ-ນຳພາຢ່າງໃກ້ຊິດ ຕິດແທດຕໍ່ວຽກງານການຄົ້ນຄວ້າ ແລະ ນຳໃຊ້ພະລັງງານທົດແທນ ແລະ ວັດສະດຸໃໝ່ ໂດຍສະເພາະແມ່ນການນຳໃຊ້ຜົນການຄົ້ນ ຄວ້າຕ່າງໆອອກສູ່ສັງຄົມ, ໃນທ້າຍປີ 2018 ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ໄດ້ມີການຕິດຕັ້ງລະບົບໄຟຟ້າແສງຕາເວັນເຊື່ອມຕໍ່ຕາຂ່າຍໄຟຟ້າໃສ່ບ່ອນຈອດລົດຂະໜາດ 30 KW ໂດຍພາຍໃຕ້ໂຄງການການຮ່ວມມືກັນກໍ່ສ້າງສູນຮ່ວມມືນະວັດຕະວັດຕະກຳທາງດ້ານເຕັກໂນໂລຊີ ວິທະຍາສາດພະລັງ ງານແສງຕາເວັນ ລາວ-ຈີນ ລະຫວ່າງ ສະພາບັນດິດຂໍ້ມູນຂ່າວສານດ້ານເຕັກນິກ ແລະ ວິທະຍາສາດ ສປ ຈີນ, ບໍລິສັດເຕັກໂນໂລຊີ ພະລັງງານທົດແທນ ຄຸນໝິງ ສປ ຈີນ ກັບ ກົມແຜນການ ແລະ ຮ່ວມມື, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ.
ໃນການຕິດຕັ້ງລະບົບພະລັງງານແສງຕາເວັນໃສ່ບ່ອນຈອດລົດດັ່ງກ່າວມີເນື້ອທີ່ຍາວ 30 ແມັດ, ກວ້າງ 6 ແມັດ ແລະ ສາມາດຈອດລົດໄດ້ 10 ຄັນ, ພາຍຫຼັ້ງຕິດຕັ້ງສຳເລັດກໍໄດ້ມີການທົດລອງ ແລະ ນຳໃຊ້ເຂົ້າຕຶກອາຄານຕົວຈິງ ແລະ ໄດ້ມີການເກັບບັນທຶກຂໍ້ມູນການຜະລິດຈາກລະບົບໄຟຟ້າແສງຕາເວັນ ແລະ ການນຳໃຊ້ໄຟພ້າຈາກຕາຂ່າຍ ເພື່ອມາປຽບ ທຽບ ແລະ ຄິດໄລ່ວ່າຈະປະຫຍັດຄ່າໄຟຟ້າຈາກຕາຂ່າຍໄດ້ເທົ່າໃດ.
ຈາກລະບົບດັ່ງກ່າວສາມາດເປັນລະບົບຕົວແບບເພື່ອສາທິດໃຫ້ແກ່ອົງການຕ່າງໆ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນທີ່ມີຄວາມສົນໃຈຕ້ອງການທີ່ຈະຕິດຕັ້ງລະບົບໄຟຟ້າແສງຕາເວັນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຈາກຕາຂ່າຍໄຟຟ້າຂອງລັດ, ຈາກລະບົບດັ່ງກ່າວໃນອານາຄົດ ທາງສະຖາບັນດັ່ງກ່າວ ຍັງຈະຄົ້ນຄວ້າວິທີການເກັບໄຟຟ້າແສງຕາເວັນທີ່ຜະລິດໄດ້ ແລະ ບໍ່ໄດ້ນຳໃຊ້ໃນເວລາວັນພັກການ ເຊັ່ນ: ວັນເສົາ, ວັນອາທິດ ແລະ ວັນພັກພິເສດຕ່າງໆ ເພື່ອຈະນຳເອົາໄຟຟ້າທີ່ເກັບໄວ້ມາໃຊ້ໃນເວລາກາງຄືນ.